ທ່ານປະທານປະເທດ ຕ້ອນຮັບ ທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ 
ໃນຕອນເຊົ້າວັນທີ 21 ພຶດສະພາ 2013 ນີ້ ທີ່ທຳນຽບປະທານປະເທດ (ຫໍຄຳ), ທ່ານ ຈູມມາລີ ໄຊ
ຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນ
ຮັບການເຂົ້າຢ້ຽມຂ່ຳນັບຍື່ນສານຕາຕັ້ງຂ ອງບັນດາທູດປະເທດເພື່ອນມິດ ເພື່ອມາດຳລົງຕຳແໜ່ງ
ເປັນທູດຄົນໃໝ່ ປະຈຳ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້: ໃນເວລາ 9:00 ໂມງ, ທ່ານປະທານປະ
ເທດ ໄດ້ຕ້ອນຮັບທ່ານ ກູຍ ຈາໂກຕາ(Gruia Jacota) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ
ເຕັມແຫ່ງປະເທດ ຣູມານີ ປະຈຳ ລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທອ່ານຕໍ່ >>>











